ຄວາມເປັນມາຂອງບຸນເຂົ້າປະດັບດິນ
ສະໄຫນຫນຶ່ງມີບຸຣຸດເຂັນໃຈຂາດຍາດມິດ ອາໃສຊາວບ້ານລ້ຽງຊີວິດ ພໍເປັນໄປວັນໆ ຫນຶ່ງ ແຕ່ເປັນຜູ້ທີ່ມີສັດທາເຫລືອມໃສໃນພຣະພຸທທະສາສນາປາຖນາທີ່ຈະໃຫ້ທານເປັນເນື່ອງນິດແຕ່ ບໍ່ມີວັດຖຸອັນປານີດພໍທີ່ຈະນຳມາທຳທານໄດ້ ຢູ່ມາວັນຫນຶ່ງເປັນວັນທີ່ຊາວບ້ານພາກັນໄປທຳບຸນ ເຂົ້າປະດັບດິນ ຕ່າງກໍ່ຕຽມອາຫານບິນທະບາດນຳໄປສູ່ອາຣາມຢ່າງລົ້ນເຫລືອ ດ້ວຍຫນ້າຕາ ອັນປີຕິ ເບີກບານທຸກໆ ຄົນ. ຝ່າຍທຸກຄະຕະຊາຍຍາກຈົນໂພ່ຫົວອອກມາຈາກຕູບນ້ອຍຄອຍເບິ່ງ ປະຊາຊົນທຳບຸນກັນດ້ວຍຄວາມປັ່ນປວນໃຈຍິ່ງຫນັກ ຈົນນ້ຳຕາໄຫລລິນລົງອາບໃບຫນ້າໂດຍ ບໍ່ຮູ້ສຶກຕົວ ເພາະຄວາມນ້ອຍໃຈໃນວາສນາອັນອາພັບຂອງຕົນ ກັບຄວາມປາຖນາຈະທຳບຸນ. ໃນເມື່ອຄວາມໂສກເສົ້າກຳລັງທັບຖົມດວງໃຈປະດຸດວ່າຈະແຕກຢູ່ນັ້ນ ດວງຕາຂອງຊາຍຕົກຍາກ ຜູ້ນັ້ນໄດ້ທັດສະນາການເຫັນພິກຂຸຮູບຫນຶ່ງທ່ຽວໂຄຈອນບິນທະບາດມາຢຸດຢູ່ຕໍ່ຫນ້າ ເກີດສັດທາ ອັນແຮງກ້າ ມີຄວາມປີຕິຍິນດີຊ່ວງເສັຍຈາກຄວາມໂທມະນັດ ນຶກເຫັນເຂົ້າກ້ອນຫນຶ່ງທີ່ຕົນຫາມາ ໄດ້ເທົ່າຫນ່ວຍຫມາກຕູມຮີບເອົາໃສ່ລົງໃນບາດແລ້ວອຸທິດສ່ວນກຸສົນໄປເຖິງປິຍະຊົນທັງຫລາຍມີ ບິດາມາຣດາເປັນຕົ້ນ ໃນຄາວດຽວກັນນັ້ນ ຍົມພິບານປ່ອຍສັດນາຣົກໃຫ້ພົ້ນຈາກການທໍຣະມານ ຊົ່ວຄາວເພື່ອໄປສະແຫວງຫາອາຫານ ພໍດີມາພົບກັບການທຳບຸນຂອງຊາຍທຸກຄະຕະແລະ ດ້ວຍການອຸທິດທານຂອງຊາຍຍາກຈົນ ຈິ່ງໄດ້ໄປເຖິງເປຕະຊົນທັງຫລາຍທີ່ຍົມພິບານປ່ອຍມາ ໃນວັນນັ້ນຕ່າງກໍ່ໄດ້ຮັບສ່ວນບຸນທຸກຖ້ວນຫນ້າ ຈິ່ງພາກັນອະນຸໂມທະນານຳຊາຍທຸກຄະຕະນັ້ນ ແລ້ວອວຍພອນໃຫ້ ເມື່ອພະຍາຍົມໄດ້ຮູ້ແນວນັ້ນຈິ່ງ ປ່ອຍໃຫ້ເປຕະຊົນເຫລົ່ານັ້ນພົ້ນຈາກນາຣົກ ແລ້ວນຳຕົນໄປປາຕິສົນທິໃນເທວະສະຖານ ທາງນີ້ກໍ່ດ້ວຍອຳນາດບຸນກຸສົນຂອງຊາຍທຸກຄະຕະ ທີ່ກະທຳແລ້ວອຸທິດໄປຫາບັນດາຍາດທັງຫລາຍເຫລົ່ານັ້ນຈິ່ງໄດ້ພົ້ນທຸກ ສ່ວນຊາຍຍາກຈົນຄົນ ນັ້ນຕັ້ງແຕ່ວັນນັ້ນເປັນຕົ້ນມາກໍ່ຕັ້ງຢູ່ໃນກຸສົນຈິດຄ່ອຍຫາລ້ຽງຊີບແລະກໍ່ສາມາດລ້ຽງຊີວິດໄດ້ ຢ່າງຄ່ອງແຄ້ວຈົນກາຍເປັນຄົນ ມີຊັພສົມບັດເປັນອັນມາກແມ່ນຈະເປັນຜູ້ມີຊັພເປັນອັນມາກແລ້ວ ແຕ່ກໍ່ບໍ່ໄດ້ລະເລື່ອງການຈະເຣີນກຸສົນຈິດຄື ໃຫ້ທານ ຮັກສາສີນ ຈເຣີນເມຕຕາພາວະນາ ຈົນເມື່ອດັບຂັນໄປແລ້ວກໍ່ຍັງເຮັດສາມາດໄປເກີດເປັນເທພບຸດໃນສວັນໃນທີ່ສຸດ.
ນີ້ເປັນຕົວຢ່າງໃນການປາຖນາທີ່ຈຳກະທຳຄວາມດີຂອງຊາຍທີ່ບໍ່ຢູ່ໃນຄວາມສາມາດທີ່ຈະຫາວັດຖຸ ເພື່ອໃຫ້ທານໄດ້ແຕ່ດ້ວຍປານິທານອັນແຮງກ້າຈິ່ງໄດ້ເກີດຜົລສຳເຣັດດ້ວຍເຈຕະນາດີເປັນທີ່ຕັ້ງ ດັ່ງທີ່ໄດ້ກ່າວມາແລ້ວເປັນນິທານເບື້ອງຕົ້ນນັ້ນ.
ໂດຍ ພຣະຄຳເສົາ ປພັສສໂຣ